24/06/2019
"Bitcoin" ແມ່ນຫຍັງ?
Bitcoin ຄືເງິນດິຈິຕ໋ອນອິເລັກໂຕຣນິກສາກົນ (ສກຸນເງິນອອນໄລຣ໌ອິນເຕີເນັດ ໃຊ້ງານໄດ້ທົ່ວໂລກ) ຖືເປັນສັບສິນທີ່ມີມູນຄ່າແພງທີ່ສຸດແພງກ່ວາທອງຄຳແລະຄ່າຂອງເງິນທົ່ວໂລກ Bitcoin ໄດ້ກຳເນີດຂື້ນຕັ້ງແຕ່ປີ 2009 ເນື່ອງຈາກບັນຫາທາງດ້ານເສດຖະກິດການເງິນໂລກໃນຊ່ວງນັ້ນຫລືຈະເອີ້ນວ່າມັນເປັນຍຸກວິວັດທະນາການທາງດ້ານການເງິນເຫມືອນກັບມະນຸດຕັ້ງແຕ່ອະດີດເຖິງປັດຈຸບັນ Bitcoin ຄືການພັດທະນາຄັ້ງໃຫຍ່ເປັນການສຳລະເງິນດ້ວຍລະບົບ QR ງ່າຍດາຍ ວ່ອງໄວ ແລະຄວາມປອດໄພສູງ ບໍ່ສາມາດແຮັກເກີ້ໄດ້.
ເພື່ອຫລຸດຄວາມສ່ຽງຈາກເງິນເຟີ້ ສກຸນເງິນ Bitcoin ຈິ່ງໄດ້ຖືກອອກແບບໃຫ້ສາມາດມີການຜະລິດອອກມາມີຂີດຈຳກັດໄດ້ພຽງຢູ່ທີ່ 21,000,000BTC ທົ່ວໂລກ ຈາກລາຄາເລີ່ມຕົ້ນປີ2009 1Bitcoin=0,1$ ແລະ ຄາດວ່າມູນຄ່າຈະເພີ່ມຂື້ນເລື່ອຍຯເຖິງ250,000$/1BTC ໃນອີກ5-10ປີຂ້າງຫນ້າ ເຊິ່ງລາຄາປັດຈຸບັນແມ່ນຢູ່ທີ່ 1Bitcoin=10.750$ (ອ້າງອີງຈາກ Coinmarketcap.com) update 24/06/2019
ສ່ວນການຊື້ຂາຍແມ່ນຈະມີ 2 ແບບຄື:
ຊື້ຂາຍເອງຕາມເວັບໃຊ້ ແລະ ຊື້ຂາຍ ກັບທີມງານຂອງພວກເຮົາໄດ້
ການຊື້ຂາຍເອງຕາມເວັບໃຊ້:
ການຊື້ຂາຍດ້ວຍໂຕເອງ ແມ່ນການເຂົ້າໄປສະມັກ/ລົງທະບຽນຕາມເວັບເທຮດເພື່ອທຳການຊື້ຂາຍຫລືເທຮດ
ທ່ານສາມາດລົງທະບຽນເອງໄດ້ ໂດຍການເຂົ້າໄປເວັບໃຊ້ ແລ້ວ ຈະມີສອງຢ່າງໃຫ້ເລືອກຢູ່ທາງຂວາມື້ ຄື Register & Login. ສຳລັບຜູທີ່ລົງທະບຽນກອ່ນແລ້ວບໍ່ຈຳເປັນຕ້ອງລົງອີກ ໃຫ້ໄປຫ້ອງ Login ໄດ້ເລີຍ ແຕ່ສຳລັບມືໃຫມ່ ຫລື ບໍ່ເຄີຍລົງທະບຽນມາກອ່ນກໍ່ສາມາດ ໄປຄຮິກໃນຫ້ອງ Register ແລ້ວຈະມີຊ່ອງໃຫ້ຕື່ມຂໍ້ມູນໃສ່.
ແຕ່ລະເວັບຈະລົງທະບຽນແຕກຕ່າງການໄປ ແຕ່ຂໍ້ມູນພື້ນຖານຄາວໆ ທີ່ແຕ່ລະເວັບໃຫ້ມາກໍ່ມັນຈະມີ:
Username:.......................................
Email:...............................................
Password:........................................
Confirm password:...........................
ຫລັງຈາກກອບຂໍ້ມູນໃສ່ຮີບຮ້ອຍແລ້ວ ໄປທີ່ Enter ຫລັງຈາກນັ້ນທາງທີມງານ ເວັບເທຮດຈະສົ່ງຂໍ້ຄວາມມາທາງ ອີເມວໃຫ້ທ່ານ ເຂົ້າໄປຢືນຢ້ນໂຕຕົນ ຫລັງຈາກຢືນຍັນຕົວຕົນແລ້ວກໍ່ຖືກວ່າສົມບູນ ທ່ານສາມາດເຂົ້າໄປ Login ໃສ່ ອີເມວ ແລະລະຫັດຜ່ານ ເຂົ້າໄປຊື້ຂາຍໄດ້ເລີຍ.
ບາງເວັບກໍ່ຢາກ ກອ່ນຈະ ຊື້ຂາຍໄດ້ ຕ້ອງຜ່ານຫລາຍຂັ້ນຕອນ ມີການອັບເດດ ຫນັງສືເດີນທາງ ບັດປະຈຳໂຕ ແລະໃສ່ 2Fa. 2Fa ແມ່ນລະຫັດຜ່ານເພື່ອໃຫ້ບັນຊີຂອງທ່ານປັອງກັນການຖຶກ "ແຫັກ" ມັນມີຄວາມປອດໄພສູງເຖີງ 98% ແຕ່ມັກໍ່ມີຜົນເສຍຖ້າເຈົ້າເຮັດ ໂທລະສັບເສຍ ກໍ່ບໍ່ຮູ້ລະຫັດ 2Fa ນັ້ນ ເຈົ້າກໍ່ບໍ່ສາມາດເຂົ້າເຖີງບັນຊີຂອງເຈົ້າ ແລະ ບໍ່ສາມາດໂອນເງີນຂອງເຈົ້າອອກມາໄດ້. ລະຫັດ 2Fa ມັນຈະປ່ຽນຕະຫລອດ 1ນາທີ່ ການຕິດຕັ້ງແລະດາວໂຫລດ 2ເອັບໄດ້ທີ່ ເວັບໄຊ້ ຫລື ແອັບສະຕໍຂອງໂທລະສັບ.